ອະທິຖານໃຫ້ແກ່ດວງວິນຍານ ຂອງຜູ້ທີ່ລວງລັບ (#12856)

“ເປັນບົດອະທິຖານບັງຄັບບົດດຽວເທົ່ານັ້ນທີ່ໃຊ້ສວດກັນເປັນໝູ່ ຄືສວດໂດຍບາຮາຍໜຶ່ງຄົນ ຂະນະທີ່ຄົນອື່ນໆຢືນຂຶ້ນແລະບໍ່ ຈໍາເປັນຕ້ອງຫັນໜ້າໄປຫາເກເບຣ ຂະນະທີ່ສວດບົດອະທິຖານນີ້”


     ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ!  ຜູ້ທີ່ອໍາລາໂລກນີ້ຄືືຄົນຮັບໃຊ້ຂອງພຣະອົງ   ຄືບຸດຫລານຂອງບໍລິວານຂອງພຣະອົງ  ເຊື່ອໃນພຣະອົງ ແລະ ເຄື່ອງໝາຍຂອງພຣະອົງຕັ້ງຈິດສູ່ພຣະອົງ ຕັດຄວາມຜູກພັນຈາກທຸກສິ່ງ ນອກຈາກ ພຣະອົງ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງປານີທີ່ສຸດ ໃນບັນ ດາຜູ້ທີ່ປານີທັງປວງ.

ຂ້າແດ່ພຣະຜູ້ຊົງອະໄພບາບ ແລະ ປົກປິດຂໍ້ບົກພ່ອງ ຂອງມະນຸດ ຂໍຊົງປະຕິບັດຕໍ່ເຂົາໃຫ້ຄູ່ຄວນກັບນະພາ ແຫ່ງ ຄວາມອາລີ ແລະ ມະຫາສະໝຸດແຫ່ງພຣະກະລຸນາ ຂອງ ພຣະອົງ ຂໍຊົງໃຫ້ເຂົາເຂົ້າໄປໃນອານາບໍລິເວນແຫ່ງຄວາມ ປານີຂອງພຣະອົງ ຊຶ່ງຢູ່ເບື້ອງໜ້າທີ່ຕັ້ງຂອງພິພົບ ແລະ ສະ ຫວັນ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກພຣະອົງ ພຣະຜູ້ ຊົງອະໄພສະເໝີ ພຣະຜູ້ຊົງເອື້ອເຟື້ອທີ່ສຸດ.

ຈາກນີ້ຂໍໃຫ້ກ່າວຄໍາວ່າ “ອັລລາຫ໌ອູອັບຮາ” 6 ຄັ້ງ ແລ້ວ ຈຶ່ງສວດບົດກອນຕໍ່ໄປນີ້:  ບົດລະ 19  ຄັ້ງ.

ເຮົາທຸກຄົນບູຊາພຣະຜູ້ເປັນເຈົ້າດ້ວຍຄວາມສັດຈິງ.
ເຮົາທຸກຄົນນ້ອມຄໍ້ານັບພຣະຜູ້ເປັນເຈົ້າດ້ວຍຄວາມສັດຈິງ.
ເຮົາທຸກຄົນອຸທິດຕົນຕໍ່ພຣະຜູ້ເປັນເຈົ້າດ້ວຍຄວາມສັດຈິງ.
ເຮົາທຸກຄົນສັນລະເສີນພຣະຜູ້ເປັນເຈົ້າດ້ວຍຄວາມສັດຈິງ.
ເຮົາທຸກຄົນຂອບຄຸນພຣະຜູ້ເປັນເຈົ້າດ້ວຍຄວາມສັດຈິງ.
ເຮົາທຸກຄົນອົດທົນໃນພຣະຜູ້ເປັນເຈົ້າດ້ວຍຄວາມສັດຈິງ.

-Bahá'u'lláh
-----------------------

ອະທິຖານໃຫ້ແກ່ດວງວິນຍານ ຂອງຜູ້ທີ່ລວງລັບ (#12857)

ພຣະອົງຄືພຣະຜູ້ເປັນເຈົ້າ ຂໍຄວາມປະເສີດຈົງມີແດ່ ພຣະອົງ ພຣະຜູ້ເປັນນາຍແຫ່ງຄວາມເມດຕາຮັກໄຄ່ ແລະ ຄວາມອາລີ!

ຂໍຄວາມຮຸ່ງເຮືອງຈົງມີແດ່ພຣະອົງ ຂ້າແດ່ພຣະຜູ້ເປັນ ນາຍຂອງຂ້າພະອົງ ພຣະຜູ້ເປັນນາຍຜູ້ຊົງສັກດານຸພາບ ຂ້າພະອົງ ຂໍຢືນຢັນດ້ວຍສັກດານຸພາບ ແລະ  ອໍານາດຂອງພຣະອົງ  ອະທິປະໄຕ ແລະ ຄວາມເມດຕາຮັກໄຄ່ຂອງພຣະອົງ  ພຣະກະລຸນາ ແລະ ອານຸພາບຂອງພຣະອົງ ຄວາມເປັນໜຶ່ງຂອງສະພາວະແລະ ເອກະພາບຂອງສາລະຂອງພຣະອົງ ຄວາມບໍລິສຸດ ແລະ ຄວາມປະເສີດຂອງພຣະອົງ  ທີ່ຢູ່ເໜືອສັບພາວະ ແລະ ທຸກສັບສິ່ງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ!  ພຣະອົງຊົງເຫັນແລ້ວວ່າ ຂ້າພະອົງຕັດຄວາມຜູກພັນຈາກທຸກສິ່ງ ນອກ ຈາກພຣະອົງ ຢຶດໝັ້ນໃນພຣະອົງ ຫັນມາຫາມະຫາສະໝຸດ ແຫ່ງຄວາມອາລີ  ນະພາແຫ່ງກະລຸນາທິຄຸນ ແລະ ດວງຕາເວັນແຫ່ງຄວາມປານີຂອງພຣະອົງ.

ພຣະຜູ້ເປັນນາຍ! ຂ້າພະອົງຂໍເປັນພະຍານວ່າ ພຣະ ອົງຊົງຝາກສິ່ງລໍ້າຄ່າ  ໄວ້ກັບຄົນຮັບໃຊ້ຂອງພຣະອົງ  ນັ້ນຄືດວງວິນຍານທີ່ໃຫ້ຊີວິດແກ່ໂລກ.

ຂ້າພະອົງ ຂໍຮ້ອງຕໍ່ສຸລິຍະປະພາ ແຫ່ງການເປີດເຜີຍ ພຣະທັມຂອງພຣະອົງ ຂໍຊົງປານີ ແລະຍອມຮັບສິ່ງທີ່ເຂົາໄດ້ ກະທໍາໃນຍຸກຂອງພຣະອົງ ຂໍໃຫ້ເຂົາໄດ້ຮັບຄວາມຮຸ່ງເຮືອງ ແຫ່ງຄວາມຍິນດີຂອງພຣະອົງ ແລະປະດັບດ້ວຍການເປັນທີ່ ຍອມຮັບຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ! ຂ້າພະອົງ ແລະທຸກສັບພະສິ່ງ ຂໍເປັນພະຍານຕໍ່ອໍານາດຂອງພຣະອົງ ຂ້າພະອົງຂໍອະທິຖານ ຂໍພຣະອົງຊົງຢ່າຂັບໄລ່ດວງວິນຍານ ນີ້ ທີ່ຂຶ້ນໄປຫາພຣະອົງ  ຂຶ້ນໄປສູ່ທິບພະຍະສະຖານຂອງພຣະອົງ  ຊຶ່ງເປັນສະຫວັນອັນປະເສີດ  ແລະ ທີ່ພັກຜ່ອນອັນໃກ້ຊິດກັບພຣະອົງ  ຂ້າແດ່ພຣະຜູ້ເປັນນາຍຂອງມະນຸດທັງປວງ!

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ  ຂໍຊົງໃຫ້ຄົນຮັບ ໃຊ້ນີ້ ໄດ້ຄົບຫາສະມາຄົມ ກັບບັນດາຜູ້ທີ່ພຣະອົງເລືອກສັນ ກັບບັນດານັກບຸນ  ແລະ  ທັມມະທູດໃນທິບພະຍະສະຖານ   ທີ່ປາກກາ ຫຼຶ ວາຈາບໍ່ສາມາດບອກເລົ່າ.

ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ ແທ້ຈິງແລ້ວ ຜູ້ໜ້າສົງສານ ໄດ້ຮີບໄປຍັງອານາຈັກ ແຫ່ງຄວາມຮຸ່ງເຮືອງ ຂອງພຣະອົງ ຄົນແປກໜ້າ ໄດ້ຮີບໄປຍັງບ້ານຂອງເຂົາ ພາຍ ໃນອານາບໍລິເວນຂອງພຣະອົງ    ຜູ້ກະຫາຍນີ້ໄດ້ຮີບໄປຍັງຊົນລະທີແຫ່ງຄວາມອາລີຂອງພຣະອົງ   ຂ້າແດ່ພຣະຜູ້ເປັນ
ນາຍ  ຂໍຊົງຢ່າໄດ້ຕັດຮອນຜົນບຸນທີ່ເຂົາຄວນຈະໄດ້ຮັບຈາກພຣະກະລຸນາທິຄຸນ ແລະ ຄວາມອາລີຂອງພຣະອົງ ຄວາມ ຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິດທານຸພາບ ພຣະຜູ້ຊົງ ກະລຸນາ  ພຣະຜູ້ຊົງອາລີ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ ສິ່ງລໍ້າຄ່າທີ່ ພຣະອົງຝາກໄວ້ ໄດ້ກັບໄປສູ່ພຣະອົງແລ້ວ ຂໍພຣະກະລຸນາ ແລະ ຄວາມອາລີຂອງພຣະອົງ ທີ່ຫ້ອມລ້ອມອານາຈັກບົນພິ ພົບ ຂໍຊົງປະທານຂອງຂວັນ ພະພອນ ແລະ ໝາກໄມ້ຈາກ ພຶກສາແຫ່ງຄວາມກະລຸນາຂອງພຣະອົງ ເປັນການຮັບຂວັນ ຜູ້ທີ່ມາໃໝ່ນີ້! ພຣະອົງຊົງອານຸພາບໃນການກະທໍາຕາມທີ່ ພຣະອົງປາດຖະໜາ  ບໍ່ມີພຣະຜູ້ເປັນເຈົ້າອື່ນໃດນອກຈາກ ພຣະອົງ ພຣະຜູ້ຊົງກະລຸນາ ພຣະຜູ້ຊົງອາລີທີ່ສຸດ ພຣະຜູ້ຊົງ ເຫັນໃຈ ພຣະຜູ້ຊົງປະທານພອນ ພຣະຜູ້ຊົງອະໄພ ພຣະຜູ້ຊົງ ລໍ້າຄ່າ  ພຣະຜູ້ຊົງຮອບຮູ້.
ຂ້າແດ່ພຣະຜູ້ເປັນນາຍຂອງຂ້າພະອົງ   ຂ້າພະອົງຂໍຢືນຢັນວ່າ   ພຣະອົງຊົງບັນຊາໃຫ້ມວນມະນຸດ  ໃຫ້ກຽດແກ່
ແຂກຂອງຕົນ ແລະ ຜູ້ທີ່ໄດ້ຂຶ້ນໄປເຖິງພຣະອົງ  ແລະເຂົ້າເຝົ້າພຣະອົງແລ້ວ  ຂໍຊົງປະຕິບັດຕໍ່ເຂົາ ດ້ວຍຄວາມກະລຸນາ ແລະ ຄວາມອາລີຂອງພຣະອົງ!  ຄວາມຮຸ່ງເຮືອງຂອງພຣະອົງເປັນພະຍານ    ຂ້າພະອົງແນ່ໃຈວ່າ   ພຣະອົງຈະບໍ່ເພີກເສີຍຕໍ່ສິ່ງ  ທີ່ພຣະອົງບັນຊາໃຫ້ຄົນຮັບໃຊ້  ແລະ  ຈະບໍ່ຕັດ
ຮອນຜູ້ທີ່ຢຶດໜ່ຽວສາຍໃຍ   ແຫ່ງຄວາມອາລີຂອງພຣະອົງແລະໄດ້ຂື້ນໄປສູ່ອະລຸໂນໄທ   ແຫ່ງຄວາມມັ່ງຄັ່ງຂອງພຣະອົງ.
ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ ພຣະຜູ້ ເປັນໜຶ່ງ ພຣະຜູ້ສະຖິດຢູ່ໂດຍລໍາພັງ ພຣະຜູ້ຊົງອານຸພາບ ພຣະຜູ້ຊົງຮອບຮູ້  ພຣະຜູ້ຊົງອາລີ.

-Bahá'u'lláh
-----------------------

